ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ
ປາຖະກະຖາ 2 ວັນ​ປະຫວັດສາດ


   ວັນ​ທີ 9 ມີນາ 2023 ນີ້, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ຕັ້ງ​ປາຖະກະຖາ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ ຄົບຮອບ 68 ປີ, ວັນ​ເສຍ ອົງຄະ ແລະ ວັນ​ເສຍສະຫຼະ​ຊີວິດ​ເພື່ອ​ປະເທດ​ຊາດ​ຄົບຮອບ 77 ປີ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະສິດ ກຳມະການ​ຄະນະ​ປະຈຳ ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ, ຫ້ອງການ, ກົມ​ກອງ​ທີ່​ຂຶ້ນ​ກັບຕະຫຼອດ​ ຮອດ​ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ.

   ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ແວດ​ລ້ອມ​ການ​ກຳເນີດ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວຕະ ຫຼອດ​ໄລຍະ 68 ປີຜ່ານມາ, ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້ຮັບການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 22 ມີນາ 1955, ການ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແມ່ນ​ມີ​ ຄວາມ​ຈຳເປັນ​ພາວະ​ວິໄສ​ທາງ​ດ້ານ​ປະຫວັດສາດ ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຂະ​ບວນ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ພາຍ​ ໃຕ້​ແສງ​ສະຫວ່າງ​ຂອງ​ລັດທິ​ມາກ-ເລ​ນິນ ແລະ ສືບ​ທອດ​ຈາກ​ພັກກອມ​ມູ​ນິດ​ອິນດູຈີນ, ພາຍຫຼັງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ກໍ​ໄດ້​ ແບກ​ຫາບ​ພາລະ​ກຳ​ປະຫວັດສາດ​ອັນ​ແສນ​ຫຍຸ້ງຍາກ​ລຳບາກ ເຊິ່ງ​ເຕັມໄປດ້ວຍ​ການ​ທົດ​ສອບ​ທີ່​ລະ​ອິດ​ລະ​ອ້ຽວ ແລະ ການ​ເສຍສະຫຼະອັນໃຫຍ່​ຫຼວງແຕ່​ມີ​ ກຽດ​ອັນ​ສູງສົ່ງ, ນຳພາ​ປວງ​ຊົນ​ລາວ​ທັງ​ຊາດຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ຕ່າງ​ຊາດ, ເພື່ອ​ນຳ​ເອົາ​ຄວາມ​ເປັນເອກະລາດ, ອິດສະຫຼະ​ ພາບ, ສິດ​ເປັນ​ເຈົ້າ​ຂອງ​ປະເທດ​ຊາດ​ອັນ​ແທ້​ຈິງ​ມາສູ່​ປະເທດ​ຊາດ ແລະ ປະຊາຊົນ​ບັນດາເຜົ່າ, ພາຍ​ໃຕ້ການ​ນຳພາ​ອັນຖືກຕ້ອງສະຫຼາດສ່ອງ​ໃສ​ຂອງ​ພັກ, ທົ່ວ ກອງທັບ, ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດສາມາດ​ຍາດ​ໄດ້​ໄຊຊະນະ, ຈາກໄຊຊະນະ​ນີ້​ໄປ​ສູ່​ໄຊຊະນະ​ໃຫມ່ສ້າງ​ປະຫວັດສາດ​ໜ້າ​ໃໝ່​ອັນ​ສະຫວ່າງ​ສະໄຫວ ແລະ ສາ ມາດ​ປົດ​ປ່ອຍປະເທດ​ຊາດ​ໄດ້​ຢ່າງ​ສົມບູນ ໃນວັນທີ 2 ທັນວາ 1975, ໃນ​ເງື່ອນໄຂ​ປ່ຽນແປງ​ໃໝ່ພັກ​ເຮົາ​ໄດ້​ສືບຕໍ່​ນຳພາປະເທດ​ຊາດ​ຜ່ານຜ່າຄວາມຫຍຸ້ງ ຍາກ ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ຕ່າງໆ ສາມາດ​ຍາດ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ, ປະຕິບັດ 2 ໜ້າທີ່​ຍຸດ​ທະ​ສາດ​ຄື: ປົກ​ປັກ ​ຮັກສາ ແລະ ສ້າງສາພັດທະນາປະເທດ​ຊາດໄດ້​ຮັບ​ຜົນສຳເລັດ​ເປັນ​ກ້າວໆ​ມາ, ເຮັດ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ໜັກ​ແໜ້ນ, ສັງ ຄົມ​ມີ​ຄວາມ​ສະຫງົບ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍພື້ນຖານ, ເສດຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ຖືກ​ທິດດ້ວຍ​ການ​ຍູ້​ແຮງ​ ການ​ຫັນ​ເປັນ​ອຸດສາຫະກຳ ແລະ ທັນສະໄຫມ, ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ ເທດ ແລະ ຍົກ​ສູງ​ບົດບາດ​ຂອງ​ປະເທດ​ໃນ​ເວທີ​ສາກົນ​ນັບ​ມື້​ສູງ​ຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ໄດ້​ຍົກ​ໃຫ້​ເຫັນມູນເຊື້ອ​ວັນ​ເສຍ​ອົງຄະ ແລະ ວັນ​ເສຍ​ສະຫຼະ​ຊີ ວິດ​ເພື່ອ​ປະເທດ​ຊາດ, ຍົກ​ໃຫ້​ເຫັນ​ສະພາບ​ການ ແລະ ການ​ກະກຽມ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ​ຂອງ​ໜ່ວຍ​ພັກ​ເມືອງ​ທ່າ​ແຂກ, ເຫດການ ແລະ ການ​ຕໍ່ ສູ້​ຢ່າງ​ພິລະ​ອາດ​ຫານ​ຂອງ​ທະຫານ ແລະ ປະຊາຊົນ​ຢູ່​ເມືອງ​ທ່າ​ແຂກ, ພ້ອມ​ທັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຫມາຍ​ສຳຄັນ​ຂອງ​ບັ້ນ​ຮົບ​ປ້ອງ​ກັນ​ຕົວ​ເມືອງ​ທ່າ​ແຂກ ເພື່ອ​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ລ້ຳ​ເລີດ​ຂອງ​ບັນດາ​ນັກຮົບ​ປະຕິວັດ​ຮຸ່ນ​ກ່ອນ, ໂຄສະນາ​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ-ນັກຮົບ​ຮຸ່ນ​ຫຼັງ​ໄດ້​ຮັບ​ຮູ້ ແລະ ຮ່ຳຮຽນ​ ເອົາ​ແບບຢ່າງອັນ​ດີງາມ​ຂອງ​ເພີ່ນ.

    ໃນ​ພິທີ, ຍັງ​ໄດ້​ປະກາດ​ການ​ແຕ່ງຕັ້ງ​ສະຫາຍ ພັນ​ເອກ ເຟືອງໄຊ ມີ​ລະ​ກົງ ເປັນ​ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ, ແຕ່ງຕັ້ງ​ສະຫາຍ ພັນ​ໂທ ສຸລະ​ໄຊ ສຸກ​ແສງຕາ ເປັນ​ຮອງ​ຫົວໜ້າ​ພະ​ແນກອາຊີ-ປາ​ຊີ​ຟິກ ແລະ ສະຫາຍ ພັນ​ຕີ ໄກ​ຍະ​ກອນ ສິດທິ​ລື​ໄຊ ເປັນ​ຮອງ​ຫົວໜ້າ​ພະ​ແນກ ເອີ​ຣົບ-ອາ​ເມ​ຣິ​ກາ ກົມ​ພົວ ພັນ​ຕ່າງປະເທດ.

ແຫຼ່ງທີ່ມາ: ໂກ​ຮັງ ພັນທະ​ວົງ
ວັນທີ 17/02/2023